ບັນດາສາວົກຂອງ ໝາກໂປມ ຄົງຈະລໍຄອຍກັນແລ້ວ ເນາະ ເພາະວ່າ ໄອໂຟນ ຫົກເອດສ໌ ແລະ ໄອໂຟນ ຫົກເອດສ໌ ພລັດ ຈະຖືກເປີດຕົວແນ່ນອນ ວັນທີ 9 ກັນຍາ ນີ້.
ລາຍງານຈາກ Buzzfeed.com ໃຫ້ຮູ້ວ່າ ລຸ້ນ ຫົກເອດສ໌ ຈະມີປະສິດທິພາບການໃຊ້ງານດີກວ່າເກົ່າ, ແລະ ຈະເປີດຕົວພ້ອມກັບ Apple TV ແລະ iPad Pro.
ສະເປັກຂອງ ຫົກ ເອດສ໌ ແມ່ນແຮງດີ ດ້ວຍ RAM 2 GB, ກ້ອງ 12 ລ້ານພິກເຊວ ສຳລັບຮູບພາບ ແລະ ວິດີໂອ 4K, ນຳໃຊ້ວັດສະດຸເຮັດຕົວເຄື່ອງທີແຂງແຮງທົນທານກວ່າເກົ່າ ແລະ ຈະກຳນົດ ໜ່ວຍຄວາມຈຳ ຕັ້ງແຕ່ 32 GB ຂຶ້ນໄປ. ການໃຊ້ອິນເຕີເນັດ ຮັບຮອງຄວາມໄວ 300mb/s
ສ່ວນເລື່ອງລາຄາແມ່ນຖ້າຟັງນຳກັນເດີ!
ລາຍງານໂດຍ: ອ້າຍຫຳນ້ອຍ
#ITTODAY
http://www.pakaad.com