
ແລະ ເຊັ່ນດຽວກັນກັບຮຸ່ນກ່ອນໜ້ານີ້ການປັບຊົດເຊີຍແສງການປັບຮູຮັບແສງໃນໂໝດແມນນວລຈະຕ້ອງກົດປຸ່ມ AV (+/)
ຄ້າງ ໄວ້ພ້ອມໆກັບປັບໝຸນແປ້ນຄວບຄຸມຫຼັກໄປດ້ານຊ້າຍ ຫຼື ຂວາຕາມຄ່າເພີ່ມຂຶ້ນ ຫຼື ຫຼຸດລົງຕາມທີ່ຕ້ອງການລວມທັງໃນ
ຂະນະທີ່ບັນທຶກວິດີໂອຜູ້ໃຊ້ສາມາດປັບເພີ່ມ ຫຼື ປັບຫຼຸດລົງຄວາມສະຫວ່າງໄດ້ຕາມສະພາບແສງຂະນະບັນທຶກ ໂດຍກົດປຸ່ມ
ຊົດເຊີຍແສງຄ້າງໄວ້ ແລະ ປັບໝຸນໄປດ້ານຊ້າຍ ຫຼື ຂວາ ຊຶ່ງຈະສັງເກດ ຄວາມປ່ຽນແປງຈາກຈໍມໍນິເຕີໄດ້ເລີຍ.
ໂຄງສ້າງເມນູຍັງຄົງຮູບແບບເດີມເຊັ່ນກັນແຕ່ເມນູທີ່ເພີ່ມຂຶ້ນມາຄື Auto Lighting Optimizer ແລະ Maximum Auto ISO ສົ່ງຜົນ
ໃຫ້ເມນູໃນໝວດ ຖ່າຍພາບເພີ່ມເປັນ 3 ກຸ່ມ ຊຶ່ງຄວາມຈິງແລ້ວ ຈະວ່າເພີ່ມຂຶ້ນ ມາກໍບໍ່ແມ່ນແຕ່ເປັນການຍ້າຍຈາກ Custom Function
ມາໄວ້ໃນເມນູ ເພື່ອຄວາມ ສະດວກກັບການ ໃຊ້ວຽກຫຼາຍກວ່າ ແລະ Custom Function ກໍຫຼຸດລົງຈາກ 13 ກຸ່ມ ເປັນ 12 ກຸ່ມ.
ນອກຈາກເມນູຫຼັກໆທີ່ຕ້ອງປັບຕັ້ງຈາກປຸ່ມເມນູແລ້ວ 550D ຍັງອອກແບບໃຫ້ສາມາດປັບຄວບ ຄຸມການເຮັດວຽກໄດ້ຈາກ ປຸ່ມ Q Menu
ທີ່ຢູ່ຂ້າງໆປຸ່ມຄວບຄຸມ 4 ທິດທາງຊຶ່ງຊ່ວຍໃຫ້ປ່ຽນແປງຄ່າ ການເຮັດວຽກ ຂອງກ້ອງທີ່ສະແດງ ທີ່ຈໍມໍນິເຕີໄດ້ຢ່າງສະດວກ ໂດຍເມື່ອກົດປຸ່ມ
Q Menu ກ້ອງຈະສະແດງແຖບສີຟ້າທີ່ຕຳແໜ່ງຂອງຄ່າຕ່າງໆເທິງຈໍນໍນິເຕີ (ກ້ອງຈະສະແດງຄ່າຫຼ້າສຸດທີ່ປັບໃຊ້)ໃຊ້ປຸ່ມຄວບຄຸມ 4ທິດທາງ
ໃນການເລືອກຄ່າທີ່ຕ້ອງການປັບຕັ້ງຈາກນັ້ນໃຊ້ແປ້ນ ຄວບຄຸມຫຼັກໝຸນປັບ ເລືອກຄ່າທີ່ຕ້ອງການໄດ້ເລີຍ ຫຼື ກົດປຸ່ມ SET ກ້ອງຈະປັບເຂົ້າສູ່
ເມນູການເຮັດວຽກນັ້ນໆ ແລະ ໃຊ້ປຸ່ມປັບຄວບຄຸມ 4 ທິດທາງເລືອກຄ່າທີ່ ຕ້ອງການໄດ້ເລີຍເຊັ່ນກັນ.
ນອກຈາກນັ້ນທີ່ຕຳແໜ່ງຂອງປຸ່ມປັບຄວບຄຸມ 04 ທິດທາງດ້ານຕ່າງໆຍັງໃຊ້ປັບຕັ້ງຄ່າການເຮັດວຽກໄດ້ເຊັ່ນດຽວກັບຮຸ່ນ
ອື່ນໆເຮັດໃຫ້ໃຊ້ວຽກໄດ້ຢ່າງວ່ອງໄວໂດຍບໍ່ຕ້ອງເຂົ້າໄປທີ່ເມນູທຸກໆຄັ້ງໃຫ້ເສຍເວລາເປັນຕົ້ນແມ່ນປຸ່ມຄວບຄຸມ 04 ທິດທາງ
ດ້ານເທິງປັບຕັ້ງໄວບາລານຊ ປຸ່ມດ້ານຂວາ ໃຊ້ເລືອກລະບົບໂຟກັສປຸ່ມດ້ານລຸ່ມໃຊ້ຕັ້ງພິກ ເຈີສະຕາຍ ແລະ ປຸ່ມດ້ານຊ້າຍ
ຕັ້ງໂໝດຖ່າຍພາບຕໍ່ເນື່ອງຕັ້ງເວລາເປັນຕົ້ນ,ແຕ່ບາງເມນູມີລາຍລະອຽດທີ່ຊັບຊ້ອນ ແລະປັບຕັ້ງໄດ້ລະອຽດຫຼາຍຂຶ້ນເຊັ່ນ ພິດເຈີ
ສະຕາຍໃນກໍລະນີ ນີ້ຕ້ອງໃຊ້ການປັບ ຕັ້ງຈາກປຸ່ມເມນູຫຼັກ.