
ຊື່ເວບໄຊທ໌ WWW.LAK.LA: ແມ່ນຊື່ເວບໄຊທ໌ທີ່ເປັນເອກະລັກ, ສັ້ນກະທັດຮັດ, ມີຫຼາຍຄວາມໝາຍ, ຈື່ງ່າຍ. "WWW" ແມ່ນຊື່ຫຍໍ້ຂອງ World Wide Web. "LAK"
ແມ່ນຫົວໜ່ວຍເງິນຕາຂອງລາວ. "LA" ແມ່ນ ຊື່ຫຍໍ້ຂອງປະເທດລາວ. ການປະສົມປະສານກັນຂອງ3ຄຳນີ້ໄດ້ມີຄວາມໝາຍແມ່ນ ເວບໄຊທ໌ທີ່ໄດ້ລວບລວມບັນດາ
ບໍລິສັດຢູ່ປະເທດລາວໄວ້ໃນທີ່ດຽວ. ໜື່ງໃນພາລະກິດຂອງພວກເຮົາແມ່ນຜັນປ່ຽນນຳເອົາເຄື່ອງໝາຍສັນຍາລັກ “LAK.LA” ໃຫ້ກາຍເປັນຊື່ເວບໄຊທ໌ລວມໃຫ້ແກ່
ນັກທຸລະກິດ ຊື້-ຂາຍ ກໍ່ຄືກັບ “.COM.LA”, “.NET.LA”, “.EDU.LA”.
ໂລໂກ້ "$" ລວງນອນ: ໂລໂກ້ທັງຕິດພັນກັບຊື່ເວບໄຊທ໌ຂອງພວກເຮົາທັງໄດ້ສະແດງເຖິງການປະດິດສ້າງພິເສດແນວຄວາມຄິດ, ມີຄວາມໂດດເດັ່ນກະໂດດ
ຂັ້ນໃນທຸລະກິດ, ຄວາມຫຼົງໄຫຼໃນເທັກໂນໂລຢີອັນແຮງກ້າ.
Slogan ຄຳຂັວນ “ເວບໄຊທ໌ຂອງຄົນລາວ”: ພາລະກິດລວມຂອງພວກເຮົາແມ່ນນໍາເອົາເທັກໂນໂລຢີ ມາສູ່ແຕ່ລະບຸກຄົນ , ວິສາຫະກິດລາວ www.LAK.LA
ຈະເປັນບ່ອນລວມສູນຂອງຄົນລາວໃນຍຸກ Internet.
ບໍລິສັດຂອງພວກເຮົາ ໄດ້ຖືກສ້າງຂື້ນແມ່ນໄດ້ອີງໃສ່ການລວບລວມເອົາບັນດາປັດໃຈທາງເທັກໂນໂລຊີທີ່ດີທີ່ສຸດ, ປະດິດສ້າງທີ່ສຸດຂອງບັນດາການບໍລິການ
ທີໄດ້ແລະກຳລັງປະສົບຜົນສຳເລັດໃນທົ່ວໂລກ. ດ້ວຍປະສົບການທີ່ເຄີຍປະຕິບັດຜ່ານມາ, ບັນດາຕະຫຼາດແລກປ່ຽນຊື້ຂາຍທາງອິນເຕີເນັດທີ່ນຳໜ້າໝູ່ໃນບັນດາ
ປະເທດຄື: ຍີ່ປຸ່ນ (www.jugemcart.co), ຫວຽດນາມ(www.chodientu.vn). ເລົ່ານີ້ໄດ້ເປັນແຮງບັນດານໃຈໃຫ້ເກີດເປັນ. WWW.LAK.LA ເຊິ່ງໄດ້ສະໜອງການ
ບໍລິການຢ່າງຄົບຖ້ວນດັ່ງນີ້:
LAK.LA ໃຫ້ທ່ານສ້າງເວບໄຊທ໌ເປັນຂອງຕົນເອງໂດຍບໍ່ເສຍຄ່າບໍລິການ, ພາຍໃນເວລາ30ວິນາທີກ່ຽວກັບທຸກຂະແໜງການ. ທ່ານສາມາດສ້າງເວບໄຊທ໌ແນະ
ນຳບໍລິສັດ, ຫົວໜ່ວຍທຸລະກິດ, ເວບໄຊທ໌ສ່ວນຕົວດ້ວຍຕົນເອງໄດ້ຢ່າງແນ່ນອນ ຫຼື ເວບໄຊທ໌ ຊື້ຂາຍຜ່ານເທັກໂນໂລຊີເພື່ອຊ່ວຍໃຫ້ວຽກງານ ທຸລະກິດ ຂອງທ່ານ
ມີປະສິດທິຜົນທີ່ດີຂຶ້ນ. ບັນດາຄຸນນະສົມບັດໃນເວບໄຊທ໌ຂອງບໍລິສັດພວກເຮົາຈະຊ່ວຍໃຫ້ທ່ານຫຼຸດຜ່ອນຄ່າໃຊ້ຈ່າຍແລະເວລາໃນການຄຸ້ມຄອງເວບໄຊທ໌. ພິເສດ
ໄປກ່ວານັ້ນ, ເຖິງວ່າທ່ານຈະບໍ່ທັນຮັບຮູ້ກ່ຽວກັບເຕັກນິກ ຫຼື ການອອກແບບ, ທ່ານກໍ່ຍັງສາມາດສ້າງ ແລະ ຄຸ້ມຄອງເວບໄຊທ໌ ໄດ້ຕາມຄວາມຕ້ອງດ້ວຍຕົນເອງ.
ເວບໄຊທ໌ຂອງບໍລິສັດພວກເຮົາແມ່ນ ຕະຫຼາດແລກປ່ຽນຊື້ຂາຍທາງອິນເຕີເນັດອັນດັບ1ຢູ່ລາວ. ຊຸກຍູ້ການພັດທະນາການຄ້າຜ່ານເລັກໂທນິກໃນຕະຫຼາດລາວ.
ນີ້ແມ່ນບ່ອນພົບປະ ແລະ ແລກປ່ຽນຊື້ຂາຍລະຫວ່າງຜູ້ຊົມໃຊ້ ຫຼື ຜູ້ບໍລິໂພກກັບຫົວໜ່ວຍວິສາຫະກິດ ແລະ ລະຫວ່າງວິສາຫະກິດກັບວິສາຫະກິດ.
ເຖິງວ່າທ່ານຈະເປັນຄົນທີ່ ຕ້ອງການຊື້ ຫຼື ຕ້ອງການຂາຍ , ຕ້ອງການເຊົ່າຫຼືຕ້ອງການໃຫ້ເຊົ່າບໍ່ວ່າຈະເປັນຂົງເຂດໃດກໍ່ຕາມ, ທ່ານສາມາດລົງໂຄສະນາໃນ
ເວັບໄຊ WWW.LAK.LA ເພື່ອໃຫ້ທຸກຄົນທີ່ເຂົ້າມາໃນເວບໄຊທ໌ຂອງພວກເຮົາຮັບຮູ້ເຖີງທ່ານ ແລະ ຫາໂອກາດແລກປ່ຽນຊື້ຂາຍນຳທ່ານ.
ເວບໄຊທ໌ຂອງບໍລິສັດພວກເຮົາແມ່ນຂົວຕໍ່ທີ່ແໜ້ນໜາລະຫວ່າງຜູ້ອອກແຮງງານ ແລະ ຜູ້ປະກາດຮັບສະໝັກງານໃນສປປລາວ. ພວກເຮົາມີໜ້າທີ່ຕອບສະໜອງ
ບໍລິການ ປະກາດຮັບສະໝັກວຽກອອນລາຍ. ສະນັ້ນ, ຜູ້ປະກາດຮັບສະໝັກວຽກຕ້ອງພໍໃຈກັບການຊອກຫາເພື່ອນຮ່ວມງານທີ່ເໝາະສົມກັບ ຄວາມຕ້ອງການ,
ຕອບສະໜອງຄວາມຕ້ອງການຂອງຜູ້ຊອກຫາວຽກເຮັດງານທຳທີ່ມີຄວາມມຸ່ງໝັ້ນກ້າວຂື້ນສູ່ຈຸດສູງສຸດຂອງໜ້າທີ່ວຽກງານ.
ເພື່ອແນໃສ່ສະໜັບສະໜູນວິສາຫະກິດຕ່າງໆໃນການໂຄສະນາ ເຄື່ອງໝາຍການຄ້າ, ເພີ່ມຄວາມອາດສາມາດໃນການຄ້າຂາຍ, ເຊື່ອມຕໍ່ສະມາຄົມ ນັກທຸລະກິດ
ທີ່ເຄື່ອນໄຫວໃນ ສ.ປ.ປ ລາວ, ພວກເຮົາມຸ່ງໝັ້ນສູ່ການກໍ່ສ້າງລາຍຊື່ບັນດາຫົວໜ່ວຍວິສາຫະກິດທີ່ສົມບູນແບບບໍ່ເສຍຄ່າບໍລິການ.
ເປົ້າໝາຍຂອງ WWW.LAK.LA ແມ່ນປະຕູສູ່ຂໍ້ມູນຂ່າວສານທີ່ສົມບູນແບບ, ຄົບຖ້ວນ. ຖ້າເວົ້າໃຫ້ຖືກຄວາມໝາຍແມ່ນ "ເວບໄຊທ໌ຂອງຄົນລາວ". ຄຽງຄູ່ກັບການ
ຂາຍເຄື່ອງອອນລາຍ, ສ້າງເວບໄຊທ໌ຟຣີໂດຍບໍ່ເສຍຄ່າບໍລິການ, ໂຄສະນາຂໍ້ມູນຫົວໜ່ວຍວິສາຫະກິດ, ຮັບສະໝັກວຽກ.ບໍ່ພຽງແຕ່ເທົ່ານັ້ນພວກເຮົາຍັງສ້າງເວບໄຊທ໌
ຂອງບໍລິສັດພວກເຮົາໃຫ້ມີໜ້າທີ່ເປັນ ໜັງສືພິມອີເລັກໂທນີກ ທີ່ສຳຄັນຕົ້ນຕໍ.
WWW.LAK.LA ນຳໂອກາດທີ່ດີທີ່ສຸດມາໃຫ້ທ່ານເພື່ອເພີ່ມລາຍຮັບ. ພຽງແຕ່ປະຕິບັດພຽງບາງຂັ້ນຕອນງ່າຍໆເພື່ອລົງທະບຽນເປັນສະມາຊິກ ແລະ ແນະນຳລູກຄ້າ
ໃຫ້ທາງບໍລິສັດຂອງພວກເຮົາທ່ານກໍ່ຈະໄດ້ຮັບຄ່ານາຍໜ້າທີ່ໜ້າເພິ່ງພໍໃຈສູງຫຼັກຮ້ອຍໂດລາຕໍ່ເດືອນ. ພຽງແຕ່ທ່ານນັ່ງໃຊ້ຄອມພິວເຕີທີ່ເຊື່ອມຕໍ່ອິນເຕີເນັດຢູ່ເຮືອນ,
ທ່ານກໍ່ສາມາດຫາເງິນໄດ້ຈາກແບບງ່າຍດາຍ, ພວກເຮົາມີຄວາມປາດຖະໜາທີ່ຈະແບ່ງປັນປະສົບການທີ່ໜ້າສົນໃຈທາງດ້ານເຕັກໂນໂລຊີໃໝ່ໆໃນຂົງເຂດ Internet
ເຖິງຄົນລາວ. ນັ້ນກໍ່ແມ່ນເຫດຜົນທີ່ພວກເຮົາໄດ້ສ້າງການສັງລວມການບໍລິການທີ່ມີຜົນປະໂຫຍດເພື່ອແນໃສ່ເຊື່ອມຕໍ່ ບຸກຄົນ ແລະ ບັນດາວິສາຫະກິດຂອງລາວ
ດ້ວຍກັນບົນສະພາບແວດລ້ອມ Internet.
ພວກເຮົາສະໜອງການບໍລິການ ໂຄສະນາ ໃນພື້ນທີ່ຂອງເວບໄຊທ໌ LAK.LA ແນ່ນອນ. ທ່ານພຽງແຕ່ສົ່ງຂໍ້ມູນທີ່ຕ້ອງການ, Banner ທີ່ເປັນການໂຄສະນາຂອງ
ທ່ານນັ້ນໃຫ້ພວກເຮົາ, ຈາກນັ້ນພວກເຮົາຈະທຳການນຳເອົາ Banner ຂອງທ່ານຂື້ນມາໂຄສະນາໃນໜ້າເວບໄຊທ໌ຂອງພວກເຮົາພາຍໃນ30ນາທີເທົ່ານັ້ນ.
LAK ONLINE CO., LTD
ທີ່ຢູ່ : E7 - Asean Mall, Kamphengmeuang Street, Phonthan, Saysettha, Vientiane Capital, Lao P.D.R
ເບີໂທລະສັບ : 021 264 555
Hotline : 020 9669 3888
Email : online@lak.la
Website : www.lak.la | www.lod.la | www.weblao.la
Facebook : facebook/www.lak.la | facebook/www.lod.la | facebook/weblao