
ບັນດາຮູບລຸ່ມນີ້ ເຮົາເບິ່ງແລ້ວຄື ທຳມະດາ, ແຕ່ໃນຄວາມຈິງ ຮູບເຫຼົ່ານີ້ຈະບົ່ງບອກເຖິງຈຸດພິເສດ ແລະ ທັດສະນະຂອງຜູ້ເບິ່ງ ຫຼື ອາດເດົາບາງບັນຫາຂອງຊີວິດ ແລະ ການດຳລົງຊີວິດຂອງຜູ້ເບິ່ງເອງ.
ຮູບທີ 1
ນີ້ແມ່ນຮູບຄົງຕົວ, ແຕ່ຜູ້ເບິ່ງກຳລັງມີຜົນກະທົບທາງດ້ານຈິດໃຈ ຄືຈະເຫັນຮູບພາບດັ່ງກ່າວເຄື່ອນເໜັງ, ຜູ້ໃດທີ່ມີຜົນກະທົບທາງດ້ານຈິດໃຈຫຼາຍ ກໍຈະເຫັນຮູບພາບດັ່ງກ່າວເຄື່ອນເໜັງໄວ. ໃນຂະນະດຽວກັນ ເດັກນ້ອຍເບິ່ງຮູບພາບດັ່ງກ່າວຈະເຫັນວ່າ ຮູບບໍ່ເໜັງຕີງ.
ຮູບທີ 2
ຮູບເສັ້ນຂວາງ ແມ່ນເສັ້ນຊື່ຂະໜານ. ຖ້າຫາກທ່ານຖືກກະທົບຈາກສັງຄົມເພີ່ມຂຶ້ນເທົ່າໃດ ເສັ້ນຂະໜານໃນຮູບດັ່ງກ່າວກໍຍິ່ງຜິດພ້ຽນໃນສາຍຕາຂອງຕົນ. ຈິດໃຈຍິ່ງຖືກກົດດັນຫຼາຍເທົ່າໃດກໍຍິ່ງ ເຫັນເສັ້ນຂະໜານໃນຮູບຫຼາຍຂຶ້ນເທົ່ານັ້ນ.
ຮູບທີ 3
ມີຮູບໜ້າຄົນຈັກຮູບ? (ເບິ່ງຄຳຕອບດ້ານລຸ່ມ)
· ຖ້າເຫັນ 0-4 ຮູບໜ້າຄົນ: ສະໝອງບໍ່ວ່ອງໄວປານໃດ
· ຖ້າເຫັນ 5-8 ຮູບໜ້າຄົນ: ສະໝອງຢູ່ໃນລະດັບຄົນປົກກະຕິ
· ຖ້າເຫັນ 9-11 ຮູບໜ້າຄົນ: ປະສາດສຳພັດຂອງທ່ານດີ
· ຖ້າເຫັນ 11-13 ຮູບໜ້າຄົນ: ມີທ່າອ່ຽງໂລກຈິດ
ຮູບທີ 4
ຄວາມນຶກຄິດຂອງທ່ານຖືກຄອບງຳດ້ວຍໄສຍະສາດ ຫຼື ບໍ່? ທ່ານຈົ່ງເບິ່ງພາບນີ້, ຖ້າເຫັນຮູບຫຍັງເປັນຄັ້ງແລກ ສິ່ງນັ້ນກໍຄືສິ່ງເລິກລັບໃນຈິດໃຈຂອງທ່ານ.
ຮູບທີ 5
ຖ້າຫາກທ່ານເຫັນວ່າ ຮູບດັ່ງກ່າວແມ່ນເປັດ: ທັດສະນະຂອງທ່ານມີຫຼາຍຈຸດພິເສດທີ່ຕົວເອງຄວນເປັນ, ຫາກເຫັນວ່າ ຮູບນີ້ເປັນຮູບກະຕ່າຍແມ່ນ: ທັດສະນະຂອງທ່ານມີແນວໂນ້ມໄປທາງເພດກົງກັນຂ້າມກັບເພດປັດຈຸບັນ.
ຮູບທີ 6
ຮູບທີ່ເຫັນເປັນຮູບນິ້ງ, ຖ້າເຫັນຮູບເຄື່ອນເໜັງແມ່ນສະແດງວ່າ ການດຳລົງຊີວິດຂອງທ່ານ ແລະ ຄວາມຮູ້ສຶກພາຍໃນກໍມັກປ່ຽນແປງ.
ຮູບທີ 7
ເມື່ອເບິ່ງຮູບນີ້ແລ້ວໃຫ້ເຄື່ອນສາຍຕາອ້ອມຮູບ 3 ຮອບ, ຖ້າທ່ານເຫັນວ່າຫົວໃຈສີສົ້ມກຳລັງເຄື່ອນເໜັງ ອາດໝາຍຄວາມວ່າ: ໃນໄລຍະ6ເດືອນຈະມາເຖິງ ຊີວິດ ແລະ ຈິດໃຈຂອງທ່ານອາດມີການປ່ຽນແປງທີ່ສຳຄັນໃນຊີວິດຂອງທ່ານ.
ຮູບທີ 8
ຖ້າທ່ານບໍ່ເຫັນຕົວເລກໃນວົງມົນ ນັ້ນສະແດງໃຫ້ເຫັນເຖິງສິ່ງເລິກລັບໃນແງ່ມູມໃນໜຶ່ງ.
· ຖ້າເຫັນຕົວເລກໃນຮູບວົງມົນທີ່ 1: ທ່ານມີນິໄສຮຸນແຮງ
· ຖ້າເຫັນຕົວເລກໃນຮູບວົງມົນທີ່ 2: IQ ຕໍ່າ
· ຖ້າເຫັນຕົວເລກໃນຮູບວົງມົນທີ່ 3: ຕ້ອງມີສະມາທິ, ປັບປຸງອາລົມໃນການດຳລົງຊີວິດ
· ຖ້າເຫັນຕົວເລກໃນຮູບວົງມົນທີ່ 4: ອາລົມຮ້ອນ
· ຖ້າເຫັນຕົວເລກໃນຮູບວົງມົນທີ່ 5: ມັກຖືກເພດດຽວກັນຊັກຈູງ
· ຖ້າເຫັນຕົວເລກໃນຮູບວົງມົນທີ່ 6: ລະວັງເລື່ອງຈິດຕະສາດ
ຮູບທີ 9
· ກໍລະນີຈິດໃຈແຈ່ມໃສ, ທ່ານຈະເຫັນພາບໃບໜ້ານາງສາວ
· ກໍລະນີຈິດໃຈຂຸ່ມມົວ, ທ່ານຈະເຫັນພາບໃບໜ້າແມ່ມົດ